moomou moomou

ເງື່ອນໄຂການໃຫ້ບໍລິການ · Terms of Service

ອັບເດດຫຼ້າສຸດ: 2026-08-01

1. ການຍອມຮັບເງື່ອນໄຂ

ເງື່ອນໄຂການໃຫ້ບໍລິການສະບັບນີ້ (“ເງື່ອນໄຂ”) ເປັນຂໍ້ຕົກລົງລະຫວ່າງທ່ານ ກັບ ບໍລິສັດ MOUNOY DEVELOPMENT SOLE CO.,LTD. (“ບໍລິສັດ”, “ພວກເຮົາ”) ກ່ຽວກັບການນຳໃຊ້ແອັບ moomou ແລະ ເວັບໄຊ moomou.com. ການທີ່ທ່ານສະໝັກບັນຊີ ຫຼື ນຳໃຊ້ບໍລິການ ຖືວ່າທ່ານໄດ້ອ່ານ, ເຂົ້າໃຈ ແລະ ຍອມຮັບເງື່ອນໄຂເຫຼົ່ານີ້ແລ້ວ. ຖ້າທ່ານບໍ່ເຫັນດີ ກະລຸນາຢຸດການນຳໃຊ້ບໍລິການ.

2. ການບໍລິການ

moomou ແມ່ນກະເປົາເງິນເອເລັກໂຕຣນິກ (e-wallet) ທີ່ດຳເນີນການໂດຍບໍລິສັດ ເຊິ່ງໃຫ້ບໍລິການ: ໂອນ-ຮັບເງິນ, ຊຳລະດ້ວຍ LAO QR ແລະ BCEL QR, ເຕີມເງິນມືຖື ແລະ ເກມ, ເຕີມເງິນຈາກບັນຊີທະນາຄານ (BCEL, JDB, ST Bank, KBank), ເຕີມ-ຖອນເງິນຜ່ານເຄືອຂ່າຍຕົວແທນ ພ້ອມທັງບໍລິການເສີມອື່ນໆ ເຊັ່ນ ເຊົ່າແບັດສຳຮອງ (power bank), WiFi hotspot, ຊັກເຄື່ອງ ແລະ ປັກໄຟຟ້າ. ບາງບໍລິການ ອາດມີເງື່ອນໄຂເພີ່ມເຕີມ ທີ່ຈະແຈ້ງໃຫ້ຮູ້ໃນແອັບ. ໃບອະນຸຍາດດຳເນີນທຸລະກິດທີ່ກ່ຽວຂ້ອງ: 01-00021116-451-6

3. ເງື່ອນໄຂການສະໝັກ ແລະ ການຢືນຢັນຕົວຕົນ (KYC)

  • ທ່ານຕ້ອງໃຫ້ຂໍ້ມູນທີ່ຖືກຕ້ອງ, ຄົບຖ້ວນ ແລະ ເປັນປັດຈຸບັນ ໃນເວລາສະໝັກ ແລະ ຢືນຢັນຕົວຕົນ ແລະ ຕ້ອງແຈ້ງພວກເຮົາ ຖ້າຂໍ້ມູນມີການປ່ຽນແປງ;
  • ໜຶ່ງຄົນ ສາມາດເປີດໄດ້ພຽງໜຶ່ງບັນຊີເທົ່ານັ້ນ;
  • ພວກເຮົາອາດຂໍເອກະສານເພີ່ມເຕີມ ເພື່ອຢືນຢັນຕົວຕົນ ຕາມທີ່ກົດໝາຍກຳນົດ. ຖ້າການຢືນຢັນຕົວຕົນຍັງບໍ່ສຳເລັດ ຫຼື ຂໍ້ມູນບໍ່ຖືກຕ້ອງ ບາງບໍລິການ ຫຼື ວົງເງິນທຸລະກຳ ອາດຖືກຈຳກັດ.

4. ຄວາມປອດໄພຂອງບັນຊີ

ທ່ານມີໜ້າທີ່ຮັກສາລະຫັດ PIN, ລະຫັດ OTP ແລະ ອຸປະກອນຂອງທ່ານໃຫ້ປອດໄພ ແລະ ບໍ່ເປີດເຜີຍໃຫ້ຜູ້ອື່ນ ບໍ່ວ່າກໍລະນີໃດ. ທຸກທຸລະກຳທີ່ຖືກຢືນຢັນດ້ວຍ PIN ຫຼື OTP ຂອງທ່ານ ຖືວ່າເປັນການກະທຳຂອງທ່ານເອງ ແລະ ທ່ານເປັນຜູ້ຮັບຜິດຊອບ. ຖ້າໂທລະສັບຂອງທ່ານສູນຫາຍ, ຖືກລັກ ຫຼື ທ່ານສົງໃສວ່າ ບັນຊີຖືກນຳໃຊ້ໂດຍບໍ່ໄດ້ຮັບອະນຸຍາດ ກະລຸນາແຈ້ງພວກເຮົາທັນທີທີ່ [email protected] ເພື່ອລັອກບັນຊີຂອງທ່ານ.

5. ຍອດເງິນໃນກະເປົາ ແລະ ຄ່າທຳນຽມ

ຍອດເງິນໃນກະເປົາ moomou ແມ່ນເງິນເອເລັກໂຕຣນິກ ບໍ່ແມ່ນເງິນຝາກທະນາຄານ ແລະ ບໍ່ມີດອກເບ້ຍ. ຄ່າທຳນຽມທີ່ກ່ຽວຂ້ອງກັບແຕ່ລະລາຍການ ຈະສະແດງໃນແອັບ ໃຫ້ທ່ານເຫັນຢ່າງຈະແຈ້ງ ກ່ອນທີ່ທ່ານຈະຢືນຢັນທຸລະກຳ. ຄ່າທຳນຽມ ແລະ ວົງເງິນທຸລະກຳ ອາດມີການປ່ຽນແປງ ໂດຍຈະແຈ້ງໃຫ້ຮູ້ຜ່ານແອັບ.

6. ການນຳໃຊ້ທີ່ຍອມຮັບໄດ້

ຫ້າມນຳໃຊ້ moomou ເພື່ອ:

  • ການສໍ້ໂກງ ຫຼື ຫຼອກລວງຜູ້ອື່ນ ບໍ່ວ່າຮູບແບບໃດ;
  • ການຟອກເງິນ ຫຼື ການສະໜອງທຶນແກ່ການກໍ່ການຮ້າຍ;
  • ການຊື້-ຂາຍສິນຄ້າ ຫຼື ບໍລິການທີ່ຜິດກົດໝາຍ;
  • ການລົບກວນ, ທຳລາຍ ຫຼື ພະຍາຍາມເຈາະລະບົບ ຫຼື ນຳໃຊ້ບັນຊີຂອງຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ.

ຖ້າພົບການລະເມີດ ພວກເຮົາມີສິດໂຈະບັນຊີ ແລະ ລາຍງານຕໍ່ອົງການທີ່ກ່ຽວຂ້ອງ ຕາມກົດໝາຍ.

7. ຕົວແທນ ແລະ ຮ້ານຄ້າ

ຕົວແທນເຕີມ-ຖອນເງິນ (dealer/counter) ແລະ ຮ້ານຄ້າທີ່ຮັບຊຳລະຜ່ານ moomou ດຳເນີນງານພາຍໃຕ້ສັນຍາສະເພາະຕ່າງຫາກກັບບໍລິສັດ. ເງື່ອນໄຂສະບັບນີ້ ນຳໃຊ້ກັບຜູ້ໃຊ້ທົ່ວໄປ; ຕົວແທນ ແລະ ຮ້ານຄ້າ ຕ້ອງປະຕິບັດຕາມສັນຍາຂອງຕົນເພີ່ມເຕີມ.

8. ຄວາມພ້ອມຂອງບໍລິການ ແລະ ຂໍ້ຈຳກັດຄວາມຮັບຜິດຊອບ

ພວກເຮົາພະຍາຍາມໃຫ້ບໍລິການຢ່າງຕໍ່ເນື່ອງ ແຕ່ບໍ່ສາມາດຮັບປະກັນໄດ້ວ່າ ບໍລິການຈະບໍ່ມີການຂັດຂ້ອງ ເຊັ່ນ ໃນເວລາບຳລຸງຮັກສາລະບົບ ຫຼື ເມື່ອລະບົບຂອງທະນາຄານ ຫຼື ຄູ່ຮ່ວມບໍລິການຂັດຂ້ອງ. ພາຍໃນຂອບເຂດສູງສຸດທີ່ກົດໝາຍອະນຸຍາດ ບໍລິສັດບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທາງອ້ອມ ຫຼື ຄວາມເສຍຫາຍທີ່ເກີດຈາກເຫດສຸດວິໄສ, ການກະທຳຂອງບຸກຄົນທີສາມ ຫຼື ການທີ່ທ່ານບໍ່ຮັກສາລະຫັດຂອງທ່ານເປັນຄວາມລັບ. ສິດຂອງທ່ານຕາມກົດໝາຍ ຍັງຄົງມີຜົນຢູ່ຄືເກົ່າ.

9. ການໂຈະ ແລະ ການຍົກເລີກບັນຊີ

ພວກເຮົາອາດໂຈະ ຫຼື ປິດບັນຊີຂອງທ່ານ ຖ້າສົງໃສວ່າມີການສໍ້ໂກງ, ມີການລະເມີດເງື່ອນໄຂສະບັບນີ້ ຫຼື ຕາມທີ່ກົດໝາຍກຳນົດ. ທ່ານເອງກໍສາມາດຂໍປິດບັນຊີໄດ້ທຸກເວລາ ໂດຍຕິດຕໍ່ພວກເຮົາ. ຍອດເງິນຄົງເຫຼືອທີ່ຖືກຕ້ອງຕາມກົດໝາຍ ຈະຖືກສົ່ງຄືນໃຫ້ທ່ານ ຕາມຂັ້ນຕອນທີ່ກຳນົດ ພາຍຫຼັງການກວດສອບສຳເລັດ.

10. ຊັບສິນທາງປັນຍາ

ຊື່ moomou, ໂລໂກ, ເຄື່ອງໝາຍການຄ້າ, ຮູບແບບແອັບ ແລະ ເນື້ອໃນທັງໝົດ ເປັນກຳມະສິດຂອງບໍລິສັດ ຫຼື ຜູ້ໃຫ້ອະນຸຍາດຂອງບໍລິສັດ. ຫ້າມນຳໄປຄັດລອກ, ດັດແປງ ຫຼື ນຳໃຊ້ເພື່ອການຄ້າ ໂດຍບໍ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນ.

11. ການປ່ຽນແປງເງື່ອນໄຂ

ພວກເຮົາອາດປັບປຸງເງື່ອນໄຂສະບັບນີ້ເປັນແຕ່ລະໄລຍະ. ຖ້າມີການປ່ຽນແປງທີ່ສຳຄັນ ພວກເຮົາຈະແຈ້ງໃຫ້ຮູ້ຜ່ານແອັບ ຫຼື ເວັບໄຊ ກ່ອນມີຜົນບັງຄັບໃຊ້. ການສືບຕໍ່ນຳໃຊ້ບໍລິການ ຫຼັງຈາກເງື່ອນໄຂໃໝ່ມີຜົນ ຖືວ່າທ່ານຍອມຮັບການປ່ຽນແປງນັ້ນ.

12. ກົດໝາຍທີ່ນຳໃຊ້

ເງື່ອນໄຂສະບັບນີ້ ຢູ່ພາຍໃຕ້ກົດໝາຍແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ). ຂໍ້ຂັດແຍ່ງໃດໆ ຈະພະຍາຍາມແກ້ໄຂດ້ວຍການເຈລະຈາກັນກ່ອນ; ຖ້າຕົກລົງກັນບໍ່ໄດ້ ໃຫ້ນຳສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງ ຫຼື ສານປະຊາຊົນ ຂອງ ສປປ ລາວ ພິຈາລະນາຕັດສິນ.

13. ຕິດຕໍ່ພວກເຮົາ

ຖ້າທ່ານມີຄຳຖາມກ່ຽວກັບເງື່ອນໄຂສະບັບນີ້ ກະລຸນາຕິດຕໍ່:

  • ບໍລິສັດ MOUNOY DEVELOPMENT SOLE CO.,LTD.
  • ອີເມວ: [email protected]
  • ໂທ: +856 20 58689898
  • ທີ່ຢູ່: ບ້ານ ໂຊກຄຳ ມ ໄຊເສດຖາ ນະຄອນຫຼວງວຽງຈັນ

1. Acceptance of these Terms

These Terms of Service (the “Terms”) form an agreement between you and MOUNOY DEVELOPMENT SOLE CO.,LTD. (the “Company”, “we”, “us”) governing your use of the moomou app and the website moomou.com. By opening an account or using the service, you confirm that you have read, understood and accepted these Terms. If you do not agree, please stop using the service.

2. The service

moomou is an electronic money wallet (e-wallet) operated by the Company. It lets you send and receive money, pay with LAO QR and BCEL QR, top up mobile credit and games, cash in from bank accounts (BCEL, JDB, ST Bank, KBank), cash in and out through our agent network, and use additional services such as power bank rental, WiFi hotspot access, laundry and EV charging. Some services may carry additional terms, which will be shown in the app. Relevant business licence: [TODO: ................]

3. Eligibility and identity verification (KYC)

  • You must provide accurate, complete and up-to-date information when registering and verifying your identity, and inform us if it changes;
  • Each person may open only one account;
  • We may request additional documents to verify your identity as required by law. Until verification is complete, or if your information is inaccurate, certain services or transaction limits may be restricted.

4. Account security

You are responsible for keeping your PIN, OTP codes and device secure and for never disclosing them to anyone. Any transaction confirmed with your PIN or OTP is treated as made by you, and you are responsible for it. If your phone is lost or stolen, or you suspect unauthorised use of your account, notify us immediately at [email protected] so we can lock your account.

5. Wallet balance and fees

Your moomou balance is electronic money. It is not a bank deposit and does not earn interest. Any fees that apply to a transaction are shown clearly in the app before you confirm it. Fees and transaction limits may change from time to time; we will notify you through the app.

6. Acceptable use

You must not use moomou for:

  • Fraud or deceiving others in any form;
  • Money laundering or the financing of terrorism;
  • Buying or selling illegal goods or services;
  • Disrupting, damaging or attempting to break into our systems, or using another person's account without permission.

If we detect a violation, we may suspend the account and report the matter to the competent authorities as required by law.

7. Agents and merchants

Cash-in/cash-out agents (dealers and counters) and merchants that accept moomou operate under separate agreements with the Company. These Terms apply to ordinary users; agents and merchants must additionally comply with their own agreements.

8. Service availability and limitation of liability

We work to keep the service available at all times, but we cannot guarantee uninterrupted operation — for example, during system maintenance or outages at partner banks or service providers. To the maximum extent permitted by law, the Company is not liable for indirect losses, or for losses caused by events beyond our reasonable control, acts of third parties, or your failure to keep your credentials confidential. Your statutory rights remain unaffected.

9. Suspension and termination

We may suspend or close your account if we suspect fraud, if these Terms are breached, or where the law requires it. You may also ask to close your account at any time by contacting us. Any lawful remaining balance will be returned to you through the prescribed process once our checks are complete.

10. Intellectual property

The moomou name, logo, trademarks, app design and all content belong to the Company or its licensors. They may not be copied, modified or used commercially without our prior written permission.

11. Changes to these Terms

We may update these Terms from time to time. If we make significant changes, we will notify you through the app or the website before they take effect. Continuing to use the service after new Terms take effect means you accept the changes.

12. Governing law

These Terms are governed by the laws of the Lao People's Democratic Republic (Lao PDR). The parties will first attempt to resolve any dispute through good-faith negotiation; failing that, the dispute will be submitted to the competent dispute-resolution body or the people's courts of the Lao PDR.

13. Contact us

If you have any questions about these Terms, please contact: